...**เซาสา
(กลอนอ่านแพงพง, ไซสุวัน แพงพง พัฒนา)
๑) อย่าสุไลห่างฮ้าง เมียมิ่ง.....มารดา-
ของลูกคำซายญิง ห่วงหา.......คองเจ้า
เห็นใหม่ใจหองห้าว เอามา.....เมียตื่ม
ยามงายแลงลูกถ้า หิวเข้า.......นั่งคอย
๒) ปล่อยเมียทนทุกข์สิ้น กินดื่ม..ดีนอ
เข้ามีกำมือหุง บ่พอ................เพียงต้ม
อยู่ลำเค็ญมาได้ สายคอ.......ผัวมิ่ง เมียแล้ว
ยามลูกคีงฮุ่มไข้ นอนล้ม..........หลั่งน้ำตา
๓) หลายเมียเป็นแม่ฮ้าง หาสิ่ง..บรรเทา
บุกบืนคืนวันทน บ่เซา..............ซาวสู้
ยามแลงลงลาบ้าน บังเงา........ไฟส่อง
หาเงินพาลูกน้อย กลอยกู้.........กล่อมหิว
๔) ซายซุมไลละถิ้ม เฮือนซ่อง....เซาสา
คืนมาหา บุตตา.......................ตนน้อย
อย่าปล่อยเมียถวิลโอ้ โศกา......กวมอั่ง
เกิดซาติเดียวทุกข์ซ้ำ ถลำป้อย ป่วงเวร กันแล้ว
ชาตรี เสงี่ยมวงศ์ ๑๔ ก.ย. ๕๙
ເຊົາສາ
๏ ຢ່າສຸໄລຫ່າງຮ້າງ ເມຍມິ່ງ ມານດາ
ຂອງລູກຄຳຊາຍຍິງ ຫ່ວງຫາ ຄອງເຈົ້າ
ເຫັນໃໝ່ໃຈຫອງຫ້າວ ເອົາມາ ເມຍຕື່ມ
ຍາມງາຍແລງລູກຖ້າ ຫິວເຂົ້າ ນັ່ງຄອຍ
๏ ປ່ອຍເມຍທົນທຸກສິ້ນ ກິນດື່ມ ດີນໍ
ເຂົ້າມີກຳມືຫຸງ ບໍ່ພໍ ພຽງຕົ້ມ
ຢູ່ລຳເຄັນມາໄດ້ ສາຍຄໍ ຜົວມິ່ງ ເມຍແລ້ວ
ຍາມລູກຄີງຮຸ່ມໄຂ້ ນອນລົ້ມ ຫຼັ່ງນ້ຳຕາ
๏ ຫຼາຍເມຍເປັນແມ່ຮ້າງ ຫາສິ່ງ ບັນເທົາ
ບຸກບືນຄືນວັນທົນ ບໍ່ເຊົາ ຊາວສູ້
ຍາມແລງລົງລາບ້ານ ບັງເງົາ ໄຟສ່ອງ
ຫາເງີນພາລູກນ້ອຍ ກອຍກູ້ ກ່ອມຫິວ
๏ ຊາຍຊຸມໄລລະຖິ້ມ ເຮືອນຊ່ອງ ເຊົາສາ
ຄືນມາຫາ ບຸດຕາ ຕົນນ້ອຍ
ຢ່າປ່ອຍເມຍຖະຫວິນໂອ້ ໂສກາ ກວມອັ່ງ
ເກີດຊາດດຽວທຸກຊ້ຳ ຖະຫຼຳປ້ອຍ ປ່ວງເວນ ກັນແລ້ວ ๚๛
ຊາຕຣີ ສະຫງ່ຽມວງ 19 ກັນຍາ 2016
about:blank#blocked
ไม่มีความเห็น